
ຈຳປາເມືອງລາວ
ຫອມແທ້ເດ ເຈົ້າດອກຈຳປາ
ຫອມແທ້ເດ ເຈົ້າດອກຈຳປາ
ຫອມແທ້ໜາ ຈຳປາເມືອງລາວ
ປວງຊົນລາວ ເກັບຮັກສາໄວ້
ແທນນ້ຳໃຈ ພິລະອາດຫານ
ຫອມດົນນານ ບໍ່ເຄີຍຈືດຈາງ
ຫອມດົນນານ ບໍ່ເຄີຍຈືດຈາງ
ທ້າວແລະນາງ ພາກັນເກັບຮ້ອຍ
ຫອມອ້ອຍຊ້ອຍ ເຈົ້າຈຳປາແດງ
ເພິ່ນຫວງແຫນ ດອກໄມ້ຂອງຊາດ
ບໍ່ມີຂາດ ດອກດວງຈຳປາ
ທົ່ວເວຫາ ກິ່ນຫອມຈັບໃຈ
ລືມບໍ່ໄດ້ ເມື່ອຍາມໄກຈາກ
ຕ້ອງພັດພາກ ໄປຢູ່ແດນໄກ
ງາມວິໄລ ເມື່ອໄດ້ເຊີຍຊົມ
ເພິ່ນນິຍົມ ຈຳປາຂອງເຮົາ
ພວກຜູ້ເຖົ້າ ແນມເບິ່ງອ້ອຍຊ້ອຍ
ຍາມຍັງນ້ອຍ ເກັບຮ້ອຍເກັບເອ້
ງາມແທ້ເດ ຫ້າກີບເບັ່ງບານ
ສົມເຂົາຂານ ຈຳປາສີ່ຕົ້ນ
ເຮົາທຸກຄົນ ຮັກຈຳປາລາວ
ໄວ້ໜຸ່ມສາວ ຄວນຮັກສາໄວ້ແທ້ແລ້ວ...
ไม่มีความคิดเห็น:
แสดงความคิดเห็น